ກອງປະຊຸມ ເຊື່ອມຊຶມເອກະສານສໍາຄັນຂອງພັກ-ລັດ
ໃນວັນທີ 17 ມິຖຸນາ 2026 ພະນັກງານກົມຮູບເງົາ ໄດ້ເຂົ້າຮັບຟັງການເຜີຍແຜ່ໃນກອງປະຊຸມ ເຊື່ອມຊຶມເອກະສານສໍາຄັນຂອງພັກ-ລັດ ຈາກທ່ານ ເດດນະຄອນ ຫຼວງໂມວິຫານ ຫົວໜ້າກົມຮູບເງົາ ພ້ອມດຽວກັນນັ້ນ, ກໍໄດ້ມີພິທີມອບຫຼຽນໄຊແຮງງານໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ 2024 ແລະ ພິທີມອບໃບຍ້ອງຍໍໃຫ້ແກ່ສະມາຊິກຊາວໜຸ່ມໜ່ວຍກົມຮູບເງົາ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວຂະບວນການຊາວໜຸ່ມ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ

