ການສາຍຮູບເງົາ 3 ວັນປະຫວັດສາດ ທີ່ເມືອງນໍ້າທາ, ແຂວງຫລວງນໍ້າທາ.
ທີມງານສາຍຮູບເງົາຂອງກົມຮູບເງົາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ລົງເຄື່ອນໄຫວສາຍຮູບເງົາໃນວັນທີ 16 ກໍລະກົດ 2026 ຢູ່ທີ່ເມືອງນໍ້າທາ, ແຂວງຫລວງນໍ້າທາ ເນື່ອງໃນ 3 ວັນ ປະຫວັດສາດ ໂດຍການເຂົ້າຮ່ວມຂອງທ່ານ ສົມພາວັນ ຈັນທະຈັກວົງ ກຳມະການພັກແຂວງ, ຫົວຫນ້າພະແນກ ວັດທະນະທຳ ແລະ ການທ່ອງທຽ່ວ ນອກຈາກນີ້ຍັງຄະນະບໍລິຫານງານພັກເມືອງ, ຫົວຫນ້າຫ້ອງ- ອົງການ, ທະຫານ,ຕຳຫລວດ, ພະນັກງານພັກ-ລັດຖະກອນ, ພະນັກງານບຳນານ, ເລຂາພັກ-ນາຍບ້ານ, ນ້ອງໆນັກຮຽນ, ນັກສຶກສາ, ພໍ່ແມ່ປະຊາຊົນອ້ອມຂ້າງເມືອງນໍ້າທາ ເຂົ້າຮ່ວມຢ່າງຫລວງຫລາຍ ເຊິ່ງການລົງສາຍຮູບເງົາໃນຄັ້ງນີ້ ໄດ້ນຳພາໂດຍທ່ານ ທອງເດືອນ ທຳມະວົງ ຮອງຫົວຫນ້າກົມຮູບເງົາ ກະຊວງວັດທະນະທຳ ແລະ ການທ່ອງທຽ່ວ.