ໃນຕອນບ່າຍຂອງວັນທີ 06 ກໍລະກົດ 2026 ທີມງານສາຍຮູບເງົາເຄື່ອນທີ່ຂອງກົມຮູບເງົາ ກະຊວງວັດທະນະທຳ ແລະການທ່ອງທ່ຽວ ໄດ້ລົງເຄື່ອນໄຫວສາຍຮູບເງົາ ເນື່ອງໃນ 3 ວັນປະຫວັດສາດ ຢູ່ທີ່ເມືອງປາກອູ, ແຂວງຫລວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ແກ່ນຄຳ ຄຳພັນ ກຳມະການພັກແຂວງ ເລຂາຄະນະພັກເມືອງ ເມືອງປາກອູ ແລະ ທ່ານ ສາຍພັນ ສະຫະເສີມ ຮອງເລຂາຄະນະພັກເມືອງ, ປະທານຄະນະກຳມະການປົກກຄອງເມືອງປາກອູ ພ້ອມດ້ວຍອ້າຍນ້ອງທະຫານ ຕໍາຫຼວດ ແລະ ພະນັກງານ ອ້ອມຂ້າງເມືອງເຂົ້າຮ່ວມ ເຊິ່ງການລົງສາຍຮູບເງົາໃນຄັ້ງນີ້ ນຳພາໂດຍທ່ານ ທອງເດືອນ ທຳມະວົງ ຮອງຫົວຫນ້າກົມຮູບເງົາ ກະຊວງວັດທະນະທຳ ແລະ ການທ່ອງທຽ່ວ.