ການສາຍຮູບເງົາ ເນື່ອງໃນ 3 ວັນປະຫວັດສາດ ຢູ່ທີ່ເມືອງຂວາ, ແຂວງຜົ້ງສາລີ.
ວັນທີ 14 ກໍລະກົດ 2026, ທ່ານ ທອງເດືອນ ທໍາມະວົງ ຮອງຫົວໜ້າກົມຮູບເງົາ ໄດ້ນໍາພາທີມງານສາຍຮູບເງົາຂອງກົມຮູບເງົາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ລົງໄປເຄື່ອນໄຫວສາຍຮູບເງົາ ຮັບໃຊ້ພໍ່ແມ່ປະຊາຊົນ ເນື່ອງໃນ 3 ວັນປະຫວັດສາດ ຢູ່ທີ່ເມືອງຂວາ, ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ສອນສະຫນຸກ ສີສຸລາດ ຄະນະບໍລິຫານ ກຳມະການພັກແຂວງ, ເລຂາພັກເມືອງ. ພ້ອມດ້ວຍຄະນະບໍລິຫານງານພັກເມືອງ, ຫົວຫນ້າຫ້ອງການ-ອົງການ, ທະຫານ,ຕຳຫລວດ, ພະນັກງານລັດຖະກອນ, ພະນັກງານບຳນານ ,ເລຂາພັກ-ນາຍບ້ານ, ນ້ອງໆນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງເມືອງຂວາ ໄດ້ເຂົ້າຮ່ວມຢ່າງຫລວງຫລາຍ.




