ກອງປະຊຸມ ກວດກາການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2026
ໃນຕອນເຊົ້າຂອງວັນທີ 05 ພະຈິກ 2026 ທີ່ກົມຮູບເງົາ, ສະຫະພັນໜ່ວຍແມ່ຍິງ ກົມຮູບເງົາ ໄດ້ຈັດກອງປະຊຸມ ກວດກາການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ພ້ອມທັງໄດ້ຄັດເລືອກແມ່ຍິງ 3 ດີ ປະຈໍາປີ 2026 ໂດຍໃຫ້ກຽດເປັນປະທານຂອງສະຫາຍ ເດດນະຄອນ ຫຼວງໂມວິຫານ ຄະນະບໍລິຫານງານພັກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ສະຫາຍ ນາງ ອິນທະນີສອນ ຄໍາພູມີ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ສະຫາຍ ນາງ ສະລິພອນ ຖະໜອມຮັກ ປະທານໜ່ວຍແມ່ຍິງກົມຮູບເງົາ ພ້ອມນັ້ນ, ຍັງມີຜູ້ຕາງໜ້າອົງການຈັດຕັ້ງ ຊາວໜຸ່ມ, ກຳມະບານ ກົມຮູບເງົາ ແລະ ສະມາຊິກແມ່ຍິງກົມຮູບເງົາ ທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ. ສຸດທ້າຍ, ຂໍຊົມເຊີຍຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ແລະ ຂໍຊົມເຊີຍ ທີ່ໜ່ວຍສະຫະພັນແມ່ຍິງ ກົມຮູບເງົາ ພ້ອມດ້ວຍສະມາຊິກທຸກຄົນ ທີ່ໄດ້ຮັບໃບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງລາວ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VIII (2021-2025) ອີກດ້ວຍ.






