ປະກາດ! ສົ່ງຜົນງານຮູບເງົາວີດີໂອ ເຂົ້າຄັດເລືອກໃນງານ “ມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມ” (The Southeast Asia Video Festival for Children) ຄັ້ງທີ 05
ປະກາດ! ປະກາດ ເຖິງນັກສ້າງຮູບເງົາມືອາຊີບ, ມືສະໝັກຫຼິ້ນ ແລະ ເດັກນ້ອຍ-ຊາວໜຸ່ມ ທົ່ວປະເທດ ສົ່ງຜົນງານຮູບເງົາວີດີໂອ ເຂົ້າຄັດເລືອກ ເພື່ອໄປຮ່ວມແຂ່ງຂັນໃນງານ “ມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມ” (The Southeast Asia Video Festival for Children) ຄັ້ງທີ 05 ໃນລະຫວ່າງວັນທີ 12-16 ພະຈິກ 2025 (ມື້ຈັດງານອາດມີການປ່ຽນແປງ) ຢູ່ທີ່ ບາງກອກ, ປະເທດ ໄທ.
– ຫົວຂໍ້: ມົນສະເໜ່ ແຫ່ງສັນຕິພາບ (Magic of Peace);
– ສາມາດສົ່ງຮູບເງົາວີດີໂອ ໄດ້ທຸກປະເພດເຊັ່ນ: ຮູບເງົາເລື່ອງ, ຮູບເງົາສັ້ນ, ສາລະຄະດີ, ກາຕູນ ແລະ ອື່ນໆ;
– ສໍາຫຼັບມືອາຊີບ ແມ່ນບໍ່ຈໍາກັດອາຍຸ ແຕ່ຈໍາກັດກຸ່ມເປົ້າໝາຍອາຍຸຂອງຜູ້ຊົມ ແລະ ຮູບເງົາວີດີໂອ ຕ້ອງມີຄວາມຍາວ 10-15 ນາທີ
– ສໍາຫຼັບມືສະໝັກຫຼິ້ນ ແມ່ນຕ້ອງມີອາຍຸ 18 ປີຂຶ້ນໄປ ແລະ ເດັກນ້ອຍ-ຊາວໜຸ່ມ ແມ່ນຕ້ອງມີອາຍຸບໍ່ກາຍ 17 ປີ. ທັງສອງປະເພດນີ້ ແມ່ນບໍ່ຈໍາກັດກຸ່ມເປົ້າໝາຍຂອງຜູ້ຊົມ ແລະ ຮູບເງົາວີດີໂອ ຕ້ອງມີຄວາມຍາວ 03-05 ນາທີ;
– ປິດຮັບສະໝັກ ວັນທີ 15 ສິງຫາ 2025;
– ປະກາດຜົນແຂ່ງຂັນຄັດເລືອກ ວັນທີ 29 ກັນຍາ 2025;
– ຮູບເງົາວີດີໂອ ທີ່ຜະລິດສໍາເລັດແລ້ວ ຕ້ອງເຮັດເປັນລິ້ງ (google drive).
* ກະລຸນາອ່ານໃບປະກາດແຈ້ງການ ທີ່ຄັດຕິດມານີ້ຢ່າງລະອຽດເດີ້ທຸກຄົນ.
ດາວໂຫຼດແບບຟອມສະໝັກ:



