3 ອົງການຈັດຕັ້ງກົມຮູບເງົາ ຕ້ອງຂໍຂອບໃຈມາຍັງວິສາຫະກິດຫັດຖະກໍາຈໍາປາລາວ ທີ່ໄດ້ອຸປະຖໍາປຶ້ມຮຽນ ແປພາສາອັງກິດ-ລາວ ຈໍານວນ 106 ຫົວ ແລະ ຜູ້ໃຈບຸນທັງ 2 ທ່ານ ທີ່ໄດ້ມອບເຄື່ອງນຸ່ງຫົ່ມ

🙏

ໃຫ້ແກ່ໂຄງການ”ສາມັກຄີເພື່ອແບ່ງປັນ” ຂອງພວກເຮົາ ເພື່ອທີ່ຈະໄດ້ເອົາໄປມອບໃຫ້ນ້ອງໆນັກຮຽນ ແລະ ພໍ່ແມ່ປະຊາຊົນ ທີ່ຢູ່ເມືອງບົວລະພາ, ແຂວງຄໍາມ່ວນ ໃນປະມານທ້າຍເດືອນມີນານີ້. ທ່ານໃດທີ່ສົນໃຈຢາກບໍລິຈາກ ແມ່ນສາມາດມາບໍລິຈາກໄດ້ເດີ້ຢູ່ກົມຮູບເງົາ (ກົງກັນຂ້າມກັບວຽງຈັນເຊັນເຕີ ແລະ ພາກຊັນ).