ພະແນກຄຸ້ມຄອງ-ບໍລິຫານ
https://laofilm.gov.la/ທ່ານ%20ນາງ%20ວຽງໃຈ%20ປຸນທະເຮືອງສີ
ທ່ານ ນາງ ວຽງໃຈ ປຸນທະເຮືອງສີ
ຫົວໜ້າພະແນກ
https://laofilm.gov.la/ທ່ານ%20ນາງ%20ສີລິພອນ%20ຖະໜອມຮັກ
ທ່ານ ນາງ ສີລິພອນ ຖະໜອມຮັກ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ພອນສະຫວັນ%20ສິງສຸທໍາ
ທ່ານ ພອນສະຫວັນ ສິງສຸທໍາ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ດາວສະໄໝ%20ເພັດໄຊຍະໂຄດ
ທ່ານ ດາວສະໄໝ ເພັດໄຊຍະໂຄດ
ວິຊາການ
https://laofilm.gov.la/ທ່ານ%20ນາງ%20ບຸນຄົງ%20ຄ່ອງສະກົດ
ທ່ານ ນາງ ບຸນຄົງ ຄ່ອງສະກົດ
ວິຊາການ
https://laofilm.gov.la/ທ່ານ%20ກົງປະສິດ%20ລັດຕະນະບຸນຍັງ
ທ່ານ ກົງປະສິດ ລັດຕະນະບຸນຍັງ
ວິຊາການ
https://laofilm.gov.la/ທ່ານ%20ຈັນສຸກ%20ອິນທະວົງ
ທ່ານ ຈັນສຸກ ອິນທະວົງ
ວິຊາການ

ພາລະບົດບາດຂອງພະແນກ

1. ເປັນເສນາທິການໃຫ້ແກ່ຄະນະກົມໃນ ການຄົ້ນຄົ້ວສັງລວມວຽກງານຂອງກົມ, ເປັນຈຸດໃຈກາງໃນການພົວພັນປະສານງານລະຫວ່າງ ພະແນກ ແລະ ກອງວິຊາການ ພາຍໃນກົມ, ກະຊວງ, ອົງການຈັດຕັ້ງອ້ອມ ຂ້າງສູນກາງ ແລະບັນດາແຂວງຕ່າງໆໃນ ຂອບເຂດ ທົ່ວປະເທດ;
2. ຄົ້ນຄົ້ວ, ສັງລວມແຜນການ, ໂຄງການປະຈໍາ ອາທິດ, ເດືອນ, 3 ເດືອນ, 1 ປີ ແລະ ແຜນໄລ ຍະຍາວຂອງກົມ;
3. ຂຶ້ນແຜນຄວາມຕ້ອງການ ດ້ານງົບປະມານການບໍລິຫານ, ງົບປະມານການລົງທຶນຂອງລັດ, ໂຄງການຈັດຊື້ ແລະ ກໍ່ສ້າງຕ່າງໆ ປະຈໍາແຕ່ລະສົກປີ, 5 ປີ, 10 ປີ ຕາມແຜນຍຸດທະສາດຂອງກົມ
4. ຄຸ້ມຄອງການຈັດຕັ້ງປະຕິບັດແຜນການງົບປະມານຂອງກົມ, ການປະມູນ ແລະ ສົມທຽບລາຄາໂຄງການລົງທຶນຂອງລັດດ້ານຕ່າງໆ ຂອງກົມ;
5. ວຽກຈັດຕັ້ງ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕ່າງໆຕໍ່ລັດຖະກອນພາຍໃນກົມ;
6. ຈັດພິມເອກະສານຂາເຂົ້າ - ຂາອອກ, ເກັບມ້ຽນເອກະສານ ຄຸ້ມຄອງອຸປະກອນ ແລະ ພາຫະນະຕ່າງໆ;
7. ວຽກພິທີການ ແລະ ເລຂານຸການ;
8. ສະຫຼຸບສັງລວມສະພາບການເຄື່ອນໄຫວ ແລະ ການຈັດຕັ້ງປະຕິບັດວຽກງານຮູບເງົາຂອງບັນດາ ພະແນກ, ກອງວິຊາການອ້ອມຂ້າງກົມ ແລະ ທ້ອງຖິ່ນ;
9. ເຮັດບົດລາຍງານປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ ແລະ ປະຈໍາປີສົ່ງໃຫ້ກະຊວງ;
10. ຄົ້ນຄວົ້າ ແລະ ຂຶ້ນແຜນກໍ່ສ້າງຊັບພະຍາກອນມະນຸດໄລຍະສັ້ນ ແລະ ໄລຍະຍາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ວິຊາການໃຫ້ແກ່ສັງຄົມ;
11. ເກັບກໍາ, ສັງລວມ, ວິເຄາະ ແລະ ສ້າງຂໍ້ມູນສະຖິຕິຕ່າງໆຂອງວຽກງານຮູບເງົາ ເພື່ອລາຍງານໃຫ້ຄະນະກົມ, ການນໍາກະຊວງ ແລະ ທຸກໆພາກສ່ວນທີ່ກ່ຽວຂ້ອງ;
12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com