ຈັດກອງປະຊຸມ ປະເມີນຜົນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2026 ແລະ ຈັບມືແຂ່ງຂັນ ປີ 2027
ໜ່ວຍຊາວໜຸ່ມ ກົມຮູບເງົາ ໄດ້ສໍາເລັດການຈັດກອງປະຊຸມ ປະເມີນຜົນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ປະຈໍາປີ 2026 ແລະ ຈັບມືແຂ່ງຂັນ ປີ 2027 ໃນວັນທີ 12 ພະຈິກ 2026 ທີ່ກົມຮູບເງົາ ເຊິ່ງໄດ້ຮັບກຽດເປັນປະທານໂດຍ ສະຫາຍ ເດດນະຄອນ ຫຼວງໂມວິຫານ ຄະນະບໍລິຫານງານພັກ ກະຊວງວັດທະນະທຳ ແລະການທ່ອງທ່ຽວ, ເລຂາໜ່ວຍພັກ ກົມຮູບເງົາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ອານຸສັກ ຍົດບຸນ ເລຂາໜ່ວຍຊາວໜຸ່ມ ກົມຮູບເງົາ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມ ກົມຮູບເງົາ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບ ແລະ ປະເມີນບຸກຄົນ, ພ້ອມທັງໜ່ວຍ. ຫຼັງຈາກນັ້ນ ສະຫາຍ ເດດນະຄອນ ຫຼວງໂມວິຫານ ໄດ້ກ່າວຊົມເຊີຍ ຜົນງານທີ່ພົ້ນເດັ່ນ ທີ່ສາມາດຍາດມາໄດ້ໃນຕະຫຼອດປີນີ້ ແລະ ມີພື້ນຖານ ທາງດ້ານແນວຄິດ ທີ່ໜັກແໜ້ນ ພ້ອມທັງເປັນເວທີ ທີ່ຝຶກຝົນຫຼໍ່ຫຼອມຕົນເອງ ອີກດ້ວຍ.


