ໃນວັນທີ 30 ຕຸລາ 2026, ທີ່ຫໍວັດທະນະທຳແຫ່ງຊາດ, ໄດ້ມີພິທີເປີດງານສັບປະດາຮູບເງົາສາກົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ຢ່າງເປັນທາງການ ໂດຍມີ ທ່ານ ນ. ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ທ່ານ ເຫີ ປ່ຽວ ກຳມະການຄະນະພັກ, ຮອງຫົວໜ້າອົງການຄຸ້ມຄອງວິທະຍຸ, ໂທລະພາບ ແລະ ຮູບເງົາ ສປ ຈີນ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ແຂກຖືກເຊີນຈາກຝ່າຍລາວ, ຝ່າຍຈີນ ພ້ອມນັ້ນ, ກໍຍັງມີຄະນະຜູ້ແທນຈາກປະເທດ ມຽນມາ, ລາດສະອານາຈັກໄທ, ຫວຽດນາມ ແລະ ກຳປູເຈຍ ຕະຫຼອດຮອດນັກສ້າງຮູບເງົາ ຈາກ 6 ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.

ກ່ອນພິທີເປີດງານຢ່າງເປັນທາງການ ໄດ້ມີການສະແດງສິລະປະຟ້ອນ ແລະ ຂັບຮ້ອງບົດເພງພື້ນເມືອງອັນເປັນເອກະລັກຂອງລາວ ເພື່ອຕ້ອນຮັບແຂກທີ່ມາຈາກບັນດາປະເທດສະມາຊິກ ແລະ ສ້າງບັນຍາກາດອັນຄຶກຄື້ນ, ອົບອຸ່ນ ແລະ ເຕັມໄປດ້ວຍມິດຕະພາບ.

ຈາກນັ້ນ, ທ່ານ ຄຳເພົ້າ ວັນນະວົງ ຫົວໜ້າກົມກວດກາ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຂຶ້ນກ່າວເປີດງານ ໂດຍເນັ້ນໃຫ້ເຫັນວ່າ: ການຈັດງານສັບປະດາຮູບເງົາສາກົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 8 ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການສົ່ງເສີມການຮ່ວມມືດ້ານຮູບເງົາລະຫວ່າງ 6 ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ນອກຈາກນີ້, ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານໃນຄັ້ງນີ້ ຍັງເປັນໂອກາດອັນດີ ໃນການຂະຫຍາຍການຮ່ວມມື, ສ້າງຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນມິດຕະພາບລະຫວ່າງບັນດາປະເທດ.

ທ່ານຍັງໄດ້ກ່າວເຖິງວ່າ ຕະຫຼອດ 7 ຄັ້ງທີ່ຜ່ານມາ, ສປປ ລາວ ໄດ້ສົ່ງຄະນະຜູ້ແທນ ແລະ ສົ່ງຮູບເງົາລາວເຂົ້າຮ່ວມຢ່າງຕໍ່ເນື່ອງ ເຊິ່ງເປັນການເຜີຍແຜ່ວັດທະນະທຳ, ວິຖີຊີວິດ, ປະເພນີ ແລະ ເອກະລັກອັນດີງາມຂອງຊາດລາວຜ່ານສື່ຮູບເງົາ ພ້ອມທັງເປັນເວທີແລກປ່ຽນຄວາມຮູ້, ປະສົບການ ແລະ ບົດຮຽນລະຫວ່າງ ນັກສ້າງຮູບເງົາ ຈາກບັນດາປະເທດສະມາຊິກ.

ການຈັດງານໃນຄັ້ງນີ້ ຈຶ່ງມີຄວາມໝາຍສຳຄັນຕໍ່ການສ້າງໂອກາດໃຫ້ນັກສ້າງຮູບເງົາໄດ້ພົບປະ, ແລກປ່ຽນປະສົບການ, ສົ່ງເສີມການຮ່ວມຜະລິດຮູບເງົາ ແລະ ຂະຫຍາຍຕະຫຼາດຮູບເງົາຂອງພາກພື້ນ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ພາຍຫຼັງສິ້ນສຸດພິທີເປີດງານ ໄດ້ມີການສາຍຮູບເງົາເລື່ອງ “ການບັນທຶກການເດີນທາງຂອງຊ້າງ” ເພື່ອໃຫ້ແຂກທີ່ເຂົ້າຮ່ວມໄດ້ຮັບຊົມ ແລະ ເປັນການປະກອບສ່ວນສ້າງສີສັນ ໃຫ້ແກ່ງານສັບປະດາຮູບເງົາສາກົນຄັ້ງນີ້.