ຄະນະກົມ ພ້ອມດ້ວຍວິຊາການ ກົມຮູບເງົາ ໄດ້ເຂົ້າຮ່ວມ “ກອງປະຊຸມສໍາມະນາງານສັບປະດາຮູບເງົາ ຈີນ-ອາຊຽນ” ພາຍໃຕ້ຫົວຂໍ້: 1. ນະວັດຕະກໍາການເລົ່າເລື່ອງ, 2. ຄວາມສາມາດດ້ານເຕັກໂນໂລຊີ ແລະ 3. ຄວາມສອດຄ່ອງທາງວັດທະນະທໍາ ໃນວັນທີ 24 ກັນຍາ 2026 ທີ່ໂຮງແຮມ ແລນມາກ ເຊິ່ງໃນງານດັ່ງກ່າວນີ້ ໄດ້ແບ່ງອອກເປັນ 02 ພາກຄື: ພາກທີ 01: ນະວັດຕະກໍາການເລົ່າເລື່ອງໃນຮູບເງົາ ແລະ ການນໍາໃຊ້ເຕັກໂນໂລຊີ AI, ສ່ວນພາກທີ 02 ແມ່ນການສະແດງອອກໃນທ້ອງຖິ່ນ ແລະ ການສື່ສານຂ້າມວັດທະນະທຳໃນຮູບເງົາ. ນອກນັ້ນ, ກໍຍັງໄດ້ມີການແລກປ່ຽນຄວາມຄິດເຫັນ, ການວິເຄາະ ແລະ ຖາມ-ຕອບ ພາຍໃນງານດ້ວຍ.