ໃນຕອນບ່າຍຂອງວັນທີ 13 ກໍລະກົດ 2026 ທີມງານສາຍຮູບເງົາເຄື່ອນທີ່ຂອງກົມຮູບເງົາ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ລົງເຄື່ອນໄຫວສາຍຮູບເງົາ ເນື່ອງໃນ 3 ວັນປະຫວັດສາດ ເຊິ່ງທ່ານ ທອງເດືອນ ທຳມະວົງ ຮອງຫົວຫນ້າກົມຮູບເງົາ ໄດ້ນໍາພາທີມງານສາຍຮູບເງົາ ໄປເຄື່ອນໄຫວ ຢູ່ທີ່ເມືອງໃຫມ່, ແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ.ນອກຈາກນີ້, ຍັງມີອ້າຍນ້ອງທະຫານ ຕໍາຫຼວດ ແລະ ພະນັກງານອ້ອມຂ້າງເມືອງ ໃຫ້ຄວາມສົນໃຈກຽ່ວກັບການສາຍຮູບເງົາໃນຄັ້ງນີ້.