ການສາຍຮູບເງົາ ເນື່ອງໃນສາມວັນປະຫວັດສາດ ຢູ່ທີ່ເມືອງຫລາ, ແຂວງອຸດົມໄຊ.
ທ່ານ ທອງເດືອນ ທຳມະວົງ ຮອງຫົວຫນ້າຮູບເງົາ ໄດ້ນໍາພາທິມງານສາຍຮູບເງົາລົງເຄື່ອນໄຫວສາຍຮູບເງົາ ເນື່ອງໃນສາມວັນປະຫວັດສາດ ຢູ່ທີ່ເມືອງຫລາ, ແຂວງອຸດົມໄຊ ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2026
ໂດຍການເຂົ້າຮ່ວມຂອງທ່ານ ນິດ ໂພທິວັນ ຮອງເລຂາພັກເມືອງ, ກຳມະການພັກເມືອງ. ນອກນັ້ນຍັງມີພະນັກງານການນຳຂອງເມືອງ, ທະຫານ, ຕຳຫຼວດ, ຄູອາຈານເຂົ້າຮ່ວມຢ່າງເປັນຂະບວນ.


