ການສາຍຮູບເງົາເຄື່ອນທີ່ ເນື່ອງໃນສາມວັນປະຫວັດສາດ ຢູ່ທີ່ເມືອງນໍ້າບາກ, ແຂວງຫລວງພະບາງ.
ທ່ານ ທອງເດືອນ ທຳມະວົງ ຮອງຫົວຫນ້າກົມຮູບເງົາ ໄດ້ນໍາພາທິມງານສາຍຮູບເງົາເຄື່ອນທີ່ ລົງເຄື່ອນໄຫວສາຍຮູບເງົາ ເນື່ອງໃນ 03 ວັນປະຫວັດສາດ ຢູ່ທີ່ເມືອງນໍ້າບາກ, ແຂວງຫລວງພະບາງ ໃນຕອນບ່າຍຂອງວັນທີ 07 ກໍລະກົດ 2026
ໂດຍການເຂົ້າຮ່ວມຂອງທ່ານ ສົມຫວັງພອນ ຄຳວົງສາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ. ນອກນັ້ນຍັງມີພະນັກງານການນຳຂອງເມືອງ, ທະຫານ, ຕຳຫຼວດ,ຄູອາຈານເຂົ້າຮ່ວມຢ່າງເປັນຂະບວນ.

