ໃນຕອນຄໍ່າ ຂອງວັນທີ 05 ມີຖຸນາ 2026 ກົມຮູບເງົາ ຮວ່ມກັບ ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ເຄື່ອນໄຫວສາຍຮູບເງົາ ໃນງານສັບປະດາຮູບເງົາລາວ-ຫວຽດນາມ, ເຊິ່ງໄດ້ຈັດຢູ່ເມືອງຫົວເມືອງ ແຂວງຫົວພັນ ໂດຍການເຂົ້າຮ່ວມຂອງທ່ານ ໄມເລີຍ ພິມມະສອນ ກຳມະການພັກແຂວງ, ເລຂາພັກເມືອງ,ປະທານສະພາປະຊາຊົນ, ທ່ານ ທອງເດືອນ ທໍາມະວົງ ຮອງຫົວໜ້າກົມຮູບເງົາ ແລະ ພະນັກງານການນຳຂອງເມືອງ ແລະ ປະຊາຊົນ ເຂົ້າຮວ່ມ ໂດຍມີການສາຍຮູບເງົາ 03ເລືອງ: ລຸງໂຮ່ຈິມິນໃນດວງໃຈຂອງພວກເຮົາ, ມິດຕະພາບລາວ-ຫວຽດນາມ, ສອງມານດາ. ການສາຍຮູບເງົາໃນຄັ້ງນີ້ ພໍ່ແມ່ປະຊາຊົນເມືອງຫົວເມືອງ ໄດ້ໃຫ້ການຕ້ອນຮັບໃນການມາຮັບຊົມຮູບເງົາຢ່າງອົບອຸ່ນ ທ່າມກາງສາຍຝົນທີ່ຕົກລົງມາ.