ໃນຕອນບ່າຍ ຂອງວັນທີ 04 ມີຖຸນາ 2026 ກົມຮູບເງົາ ຮ່ວມກັບ ສູນວັດທະນະທຳຫວຽດນາມ ປະຈຳລາວ ໄດ້ເຄື່ອນໄຫວສາຍຮູບເງົາ ໃນງານສັບປະດາຮູບເງົາລາວ-ຫວຽດນາມ ຢູ່ເມືອງຄຳ, ແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ອິນປັນຍາ ກຳມະການພັກແຂວງເລຂາພັກເມືອງ, ປະທານປະຊາຊົນເມືອງ, ທ່ານ ທອງເດືອນ ທໍາມະວົງ ຮອງຫົວໜ້າກົມຮູບເງົາ, ທ່ານ ນາງ ໂຕທິ ແທງບິງ ຮອງຫົວໜ້າສູນວັດທະນະທໍາຫວຽດນາມ ປະຈໍາລາວ ພ້ອມດ້ວຍພະນັກງານການນຳຂັ້ນເມືອງ, ທະຫານ- ຕຳຫລວດ, ຄູອາຈານ ພ້ອມທັງໄດ້ສາຍຮູບເງົາ 02 ເລື່ອງ: ມິດຕະພາບລາວ-ຫວຽດນາມ ແລະ ສອງມານດາ ໃຫ້ໄດ້ຮັບຊົມພ້ອມ.