ກອງປະຊຸມ ຖອດຖອນບົດຮຽນວຽກງານຄຸ້ມຄອງ ແລະ ສົ່ງເສີມຮູບເງົາ ໃນໄລຍະໃໝ່ຂຶ້ນ
ກົມຮູບເງົາ ໄດ້ຈັດ”ກອງປະຊຸມ ຖອດຖອນບົດຮຽນວຽກງານຄຸ້ມຄອງ ແລະ ສົ່ງເສີມຮູບເງົາ ໃນໄລຍະໃໝ່ຂຶ້ນ” ໃນວັນທີ 28 ມັງກອນ 2026 ທີ່ກົມຮູບເງົາ ໂດຍການເປັນປະທານ ຂອງທ່ານ ຄໍາເພົ້າ ວັນນະວົງ ກໍາມະການປະຈໍາພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງ ວັດທະນະທຳ ແລະການທ່ອງທ່ຽວ. ມີທ່ານຫົວໜ້າກົມຮູບເງົາ ແລະ ບັນດາທ່ານຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ແລະ ແຂກຖືກເຊີນຈາກພາກລັດ ແລະ ເອກະຊົນ ພ້ອມດ້ວຍພະນັກງານກົມຮູບເງົາເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອສະຫຼຸບ, ຖອດຖອນບົດຮຽນວຽກງານຄຸ້ມຄອງ ແລະ ສົ່ງເສີມຮູບເງົາ ໃນໄລຍະ 5 ປີຜ່ານມາ (2021-2025) ແລະ ກຳນົດທິດທາງແຜນການປີ 2026-2030 ລະຫວ່າງພາກລັດ ແລະ ເອກະຊົນ ທັງເປັນການປຸກລະດົມ ໃຫ້ທົ່ວສັງຄົມມີສ່ວນຮ່ວມໃນການ ປະກອບສ່ວນຄຳຄິດ ຄຳເຫັນ ຕໍ່ກັບການກຳນົດທິດທາງ, ແຜນການໃນການພັດທະນາວຽກງານຮູບເງົາ ໃນຕໍ່ໜ້າ ໃຫ້ມີການພັດທະນາ ແລະກ້າວສູ່ອຸດສາຫະກຳເທື່ອລະກ້າວ ບໍ່ວ່າຈະເປັນທາງດ້ານການຜະລິດ, ການຈຳໜ່າຍ ແລະການບໍລິການຮູບເງົາ.






