ພະແນກໂຄສະນາ ແລະ ສົ່ງເສີມຮູບເງົາ
https://laofilm.gov.la/ທ່ານ%20ນາງ%20ບຸນສົງ%20ພິມມະສອນ
ທ່ານ ນາງ ບຸນສົງ ພິມມະສອນ
ຫົວໜ້າພະແນກ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ນາງ%20ພິດສະໄໝ%20ເທບບູລີ
ທ່ານ ນາງ ພິດສະໄໝ ເທບບູລີ
ວິຊາການ
https://laofilm.gov.la/ທ່ານ%20ນາງ%20ສຸດສະດາ%20ແສງມະນີພອນ
ທ່ານ ນາງ ສຸດສະດາ ແສງມະນີພອນ
ວິຊາການ
https://laofilm.gov.la/ທ່ານ%20ຄູນທະວີ%20ບຸນຈັນ
ທ່ານ ຄູນທະວີ ບຸນຈັນ
ວິຊາການ

ພາລະບົດບາດຂອງພະແນກ

1. ຄົ້ນຄວ້າ, ປັບປຸງ, ທິດທາງ, ແຜນການ, ລະບຽບຫຼັກການ, ເງື່ອນໄຂ, ມາດຖານຕ່າງໆ ຂອງການຜະລິດ ແລະ ເຜີຍແຜ່ຮູບເງົາ ແຕ່ລະຊະນິດ ແລະ ປະເພດຕ່າງໆ;
2. ສະໜອງຂໍ້ມູນຮູບເງົາໃຫ້ມວນຊົນທົ່ວໄປທີ່ຕ້ອງການ;
3. ຮັບຜິດຊອບເວັບໄຊຂອງກົມ ເພື່ອປ້ອນຂໍ້ມູນ ແລະ ໂຄສະນາຮູບເງົາ;
4. ໂຄສະນາ, ເຜີຍແຜ່ ແລະ ຕອບສະໜອງຮູບເງົາຕ່າງໆ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ອົງການຈັດຕັ້ງ ແລະ ບຸກຄົນ;
5. ໂຄສະນາ, ສົົ່ງເສີມ ແລະ ບໍລິການ ການເຂົ້າມາຖ່າຍຮູບເງົາຂອງຕ່າງປະເທດຢູ່ ສປປ.ລາວ;
6. ຄົ້ນຄວ້າ, ສ້າງແຜນ, ຊີ້ນໍາ ແລະ ອະນຸມັດການຈັດຕັ້ງເຄື່ອນໄຫວສັບປະດາ ແລະ ງານມະຫາກໍາຮູບເງົາ ໃຫ້ຖືກຕ້ອງ ແລະ ສອດ ຄ່ອງຕາມລະບຽບຫຼັກການ;
7. ສ້າງໂຄງການ ແລະ ແຜນງົບປະມານ ເພື່ອຈັດຕັ້ງສໍາມະນາ ແລະ ຝຶກອົບຮົມວິຊາການ ດ້ານຮູບເງົາປະຈໍາປີ;
8. ຄົ້ນຄວ້າຊອກແຫຼ່ງທຶນຕ່າງໆ ເພື່ອເອົາມາຕອບສະໜອງແຜນການ ແລະ ໂຄງການຕ່າງໆ;
9. ສະຫຼຸບສັງລວມວຽກງານຂອງພະແນກປະຈໍາອາທິດ, ເດືອນ, 3 ເດືອນ ແລະ ປະຈໍາປີ;
10. ຄົ້ນຄວ້າສ້າງແຜນພັດທະນາໂຮງສາຍຮູບເງົາ, ໜ່ວຍສາຍຮູບເງົາເຄື່ອນທີ່, ການຜະລິດ ແລະ ຈໍາໜ່າຍຮູບເງົາໃນແຕ່ລະໄລຍະ ທັງໄລຍະສັ້ນ ແລະ ຍາວ;
11. ວຽກພົວພັນຕ່າງປະເທດ.
12. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com