ພະແນກເຕັກນິກ-ເຕັກໂນໂລຊີ
https://laofilm.gov.la/ທ່ານ%20ອາດສະພາ%20ດາວິໄລຫົງ
ທ່ານ ອາດສະພາ ດາວິໄລຫົງ
ຫົວໜ້າພະແນກ
https://laofilm.gov.la/ທ່ານ%20ກາບແກ້ວ%20ແກ້ວອາສາ
ທ່ານ ກາບແກ້ວ ແກ້ວອາສາ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ສັນຈະ%20ຫານຊະນະ
ທ່ານ ສັນຈະ ຫານຊະນະ
ວິຊາການ
https://laofilm.gov.la/ທ່ານ%20ດວງສະໝອນ%20ພອນທະໄຊ
ທ່ານ ດວງສະໝອນ ພອນທະໄຊ
ວິຊາການ

ພາລະບົດບາດຂອງພະແນກ

1. ຄົ້ນຄວ້າ ແລະ ສ້າງມາດຖານກ່ຽວກັບອຸປະກອນເຕັກນິກ - ເຕັກໂນໂລຊີແຕ່ລະໄລຍະ ເພື່ອຮັບໃຊ້ໃຫ້ແກ່ວຽກງານຮູບເງົາ ໃນ ຂອບເຂດທົ່ວປະເທດ;
2. ຕິດຕາມ, ກວດກາມາດຖານເຕັກນິກ - ເຕັກໂນໂລຊີແຕ່ລະໄລຍະ ໃນການຕິດຕັ້ງເຄື່ອງຈັກສາຍ, ໂຮງສາຍ ແລະ ໂຮງຖ່າຍທໍາຮູບເງົາ;
3. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສ້ອມແປງເຄື່ອງຈັກ ແລະ ອຸປະກອນເຕັກນິກທຸກປະເພດທີ່ຮັບໃຊ້ວິຊາສະເພາະ, ການຖ່າຍທໍາ, ການຕັດຕໍ່, ການຜະລິດ, ການສໍາເນົາ ແລະ ການສາຍຮູບເງົາ;
4. ຄຸ້ມຄອງ, ຕິດຕາມ, ກວດກາລະບົບເຄື່ອງຈັກທໍາຄວາມເຢັນ ແລະ ຄວາມຊຸ່ມຂອງສາງຟີມ ແລະ ສໍານັກງານ;
5. ຄົ້ນຄວ້າ ປະກອບອຸປະກອນເຕັກນິກໃຫ້ແກ່ທີມງານຖ່າຍທໍາ;
6. ຮັບຜິດຊອບດ້ານເຕັກນິກສຽງ, ແສງສະຫວ່າງ ແລະ ເຕັກນິກພິເສດ ໃນການຖ່າຍທໍາ;
7. ອັດກ່າຍຮູບເງົາຈາກຟີມຮູບເງົາມາເປັນລະບົບດີຊີຕານ (Digital), ວີດີໂອ, ວີຊີດີ, ດີວີດີ ແລະ ອື່ນໆ;
8. ຜະລິດແຜ່ນວີຊີດີ, ດີວີດີ ແລະ ອຶ່ນໆ;
9. ຮັບຜິດຊອບຄົ້ນຄວ້າອຸປະກອນເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝມາຮັບໃຊ້ວຽກງານວິຊາສະເພາະຂອງກົມ;
10. ຮັບຜິດຊອບ, ຕິດຕາມ, ກວດກາ, ຕິດຕັ້ງ ແລະ ສ້ອມແປງໄຟຟ້າໃນສາງຟີມ ແລະ ສໍານັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງ ກົມ;
11. ສະຫຼຸບວຽກງານຂອງພະແນກປະຈໍາອາທິດ, ປະຈໍາ 1 ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ;
12. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com