ພະແນກຮູບເງົາເອກະສານ ແລະ ສາລະຄະດີ
ຫົວໜ້າພະແນກ
https://laofilm.gov.la/ທ່ານ%20ນາງ%20ວຽງຄອນ%20ແກ້ວຫາວົງ
ທ່ານ ນາງ ວຽງຄອນ ແກ້ວຫາວົງ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ຈິດຕະກອນ%20ຄໍາມະນີວົງ
ທ່ານ ຈິດຕະກອນ ຄໍາມະນີວົງ
ວິຊາການ
https://laofilm.gov.la/ທ່ານ%20ພູສະຫຼຽວ%20ວົງສາ
ທ່ານ ພູສະຫຼຽວ ວົງສາ
ວິຊາການ
https://laofilm.gov.la/ທ່ານ%20ສຸກສະຫວັນ%20ກຸນລະວົງ
ທ່ານ ສຸກສະຫວັນ ກຸນລະວົງ
ວິຊາການ
https://laofilm.gov.la/ທ່ານ%20ນາງ%20ຄໍາແປງ%20ຄໍາວິໄຊ
ທ່ານ ນາງ ຄໍາແປງ ຄໍາວິໄຊ
ວິຊາການ

ພາລະບົດບາດຂອງພະແນກ

1. ສ້າງຮູບເງົາເອກະສານ - ສາລະຄະດີ ການເຄື່ອນໄຫວວຽກງານຂອງບັນດາຜູ້ນໍາພັກ - ລັດ ແລະ ໂຄງການຂອງລັດຖະບານ;
2. ຖ່າຍບັນທຶກການມາຢ້ຽມຢາມຂອງຜູ້ນໍາຕ່າງປະເທດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຜູ້ນໍາລາວໄປເຄື່ອນໄຫວ ຢ້ຽມຢາມຕ່າງປະເທດ ແລະ ເຫດການສໍາຄັນຕ່າງໆ ເພື່ອເປັນສໍາເນົາໄວ້ໃຫ້ເປັນຄັງສາງມໍລະດົກຂອງຊາດ;
3. ສ້າງຮູບເງົາສາລະຄະດີກ່ຽວກັບປະຫວັດສາດ, ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ວິທະຍາສາດ-ທໍາມະຊາດ, ສະພາບແວດລ້ອມ ແລະ ອື່ນໆ.
4. ຄົ້ນຄວ້າຊອກຫາແຫຼ່ງທຶນ ແລະ ຂຶ້ນແຜນການ ເພື່ອມາສ້າງຮູບເງົາໃນແຕ່ລະປີ;
5. ປະກອບໜ່ວຍງານວິຊາການສ້າງຮູບເງົາເອກະສານ-ສາລະຄະດີ, ໜ່ວຍງານອໍານວຍການສ້າງ, ໜ່ວຍງານຄົ້ນຄວ້າຂໍ້ມູນ ແລະ ຂຽນບົດ, ໜ່ວຍງານກໍາກັບການສ້າງ, ໜ່ວຍງານຖ່າຍທໍາ, ໜ່ວຍງານອັດສຽງ, ໜ່ວຍງານຕັດຕໍ່, ໜ່ວຍງານຈັດສາກ ແລະ ແສງສະຫວ່າງ, ໜ່ວຍງານພາກ ແລະ ບັນລະຍາຍ, ໜ່ວຍງານປະກອບດົນຕີ;
6. ສະຫຼຸບ, ສັງລວມວຽກງານຂອງພະແນກປະຈໍາອາທິດ, ປະຈໍາ 1 ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ;
7. ປະຕິບັດໜ້າທີ່ອື່ນຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com