ພະແນກຮູບເງົາເລື່ອງ ແລະ ກາຕູນ
https://laofilm.gov.la/ທ່ານ%20ນາງ%20ຈັນທະລີ%20ທິບພະວົງ
ທ່ານ ນາງ ຈັນທະລີ ທິບພະວົງ
ຫົວໜ້າພະແນກ
https://laofilm.gov.la/ທ່ານ%20ວົງເພັດ%20ໄໝທະວີເພັດ
ທ່ານ ວົງເພັດ ໄໝທະວີເພັດ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ສົມພົງ%20ຜົນດີ
ທ່ານ ສົມພົງ ຜົນດີ
ວິຊາການ
https://laofilm.gov.la/ທ່ານ%20ສົມປອງ%20ສີຫາລາດ
ທ່ານ ສົມປອງ ສີຫາລາດ
ວິຊາການ
https://laofilm.gov.la/ທ່ານ%20ນາງ%20ແກ້ວດອກຮັກ%20ມາດມະນີວົງ
ທ່ານ ນາງ ແກ້ວດອກຮັກ ມາດມະນີວົງ
ວິຊາການ

ພາລະບົດບາດຂອງພະແນກ

1. ສ້າງຮູບເງົາເລື່ອງປະເພດຕ່າງໆ.
2. ຄົ້ນຄວ້າຊອກຂໍ້ມູນ, ເລືອກເຟັ້ນບົດເລື່ອງ ເພື່ອຂຽນເປັນບົດຮູບເງົາ, ລະຄອນ, ກາຕູນ.
3. ຄົ້ນຄວ້າຊອກຫາແຫຼ່ງທຶນ ແລະ ຂຶ້ນແຜນການ ເພື່ອມາສ້າງຮູບເງົາໃນແຕ່ລະປີ.
4. ປະກອບໜ່ວຍງານວິຊາການ ໃນການສ້າງຮູບເງົາເລື່ອງ: ໜ່ວຍງານອໍານວຍການສ້າງ, ໜ່ວຍງານຂຽນບົດ, ໜ່ວຍງານການກໍາກັບ ການສະແດງ, ໜ່ວຍງານນັກຖ່າຍທໍາ, ໜ່ວຍງານຕັດຕໍ່ພາບ, ໜ່ວຍງານອັດສຽງ, ໜ່ວຍງານນັກສະແແດງ, ໜ່ວຍງານຈັດແສງສະ ຫວ່າງ, ຜູ້ກໍາກັບຈັດສາກ, ໜ່ວຍງານກໍາກັບວັດຖຸສໍາລັບການສະແດງ, ໜ່ວຍງານນັກສພແດງແທນ (Stung man), ໜ່ວຍງານ ແຕ່ງຕົວນັກສະແດງ, ໜ່ວຍງານກໍາກັບການຜະລິດ, ໜ່ວຍງານພາກ ແລະ ບັນລະຍາຍ, ໜ່ວຍງານປະກອບດົນຕີ, ໜ່ວຍງານຜູ້ ປະສານງານ.
5. ປະກອບໜ່ວຍງານວິຊາການ ໃນການສ້າງຮູບເງົາກາຕູນ: ໜ່ວຍງານອໍານວຍການສ້າງ, ໜ່ວຍງານຂຽນບົດ, ໜ່ວຍງານກໍາກັບການ ສ້າງ, ໜ່ວຍງານຖ່າຍທໍາ, ໜ່ວຍງານຕັດຕໍ່ພາບ, ໜ່ວຍງານອັດສຽງ, ໜ່ວຍງານອອກແບບແຕ້ມຕົວກາຕູນ ແລະ ຈັດສາກ, ໜ່ວຍ ງານພາກ ແລະ ບັນລະຍາຍ, ໜ່ວຍງານປະກອບດົນຕີ, ໜ່ວຍງານກໍາກັບການຜະລິດ, ໜ່ວຍງານກໍາກັບສິນ.
6. ສະຫຼຸບສັງລວມວຽກງານຂອງພະແນກປະຈໍາອາທິດ, ປະຈໍາ 1 ເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ.
7. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com