ພະແນກຄຸ້ມຄອງຮູບເງົາ
https://laofilm.gov.la/ທ່ານ%20ອານຸສັກ%20ຍົດບຸນ
ທ່ານ ອານຸສັກ ຍົດບຸນ
ຫົວໜ້າພະແນກ
ຮອງຫົວໜ້າພະແນກ
https://laofilm.gov.la/ທ່ານ%20ສົມພົນ%20ຄໍາພີໄຊ
ທ່ານ ສົມພົນ ຄໍາພີໄຊ
ວິຊາການ
https://laofilm.gov.la/ທ່ານ%20ນາງ%20ນະພາພອນ%20ໄຊທິລາດ
ທ່ານ ນາງ ນະພາພອນ ໄຊທິລາດ
ວິຊາການ

ພາລະບົດບາດຂອງພະແນກ

1. ຄົ້ນຄວ້າສ້າງຮ່າງດໍາລັດ, ກົດໝາຍ, ຂໍ້ກໍານົດ, ຂໍ້ຕົກລົງ, ຄໍາສັ່ງແນະນໍາ, ແຈ້ງການ ແລະ ລະບຽບການຕ່າງໆກ່ຽວກັບການຄຸ້ມ ຄອງ, ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາ ເພື່ອໃຫ້ຂັ້ນເທິງເປັນຜູ້ຕົກລົງ ແລະ ເຜີຍແຜ່;
2. ຕິດຕາມກວດກາການເຄື່ອນໄຫວ ແລະ ດໍາເນີນທຸລະກິດດ້ານຮູບເງົາ;
3. ຄົ້ນຄວ້າການອະນຸມັດການເຄື່ອນໄຫວ ແລະ ດໍາເນີນທຸລະກິດດ້ານຮູບເງົາ;
4. ຄົ້ນຄວ້າການອະນຸມັດການເຄື່ອນໄຫວສາຍຮູບເງົາໃນໂຮງ ແລະ ໜ່ວຍສາຍຮູບເງົາເຄື່ອນທີ່;
5. ຄົ້ນຄວ້າການອະນຸມັດ ນໍາເຂົ້າ - ສົ່ງອອກ ຮູບເງົາທຸກປະເພດ;
6. ຄຸ້ມຄອງ ແລະ ຕິດຕາມ ການຖ່າຍທໍາຮູບເງົາຂອງຕ່າງປະເທດທີ່ມາຖ່າຍທໍາຢູ່ ສປປ ລາວ;
7. ກວດແກ້ເນື້ອໃນບົດຮູບເງົາປະເພດຕ່າງໆຂອງທຸກພາກສ່ວນ ທີ່ມີຈຸດປະສົງຖ່າຍທໍາຮູບເງົາຢູ່ໃນ ສປປ ລາວ;
8. ກວດກາເນື້ອໃນຮູບເງົາທຸກປະເພດກ່ອນຈະນໍາໄປເຜີຍແຜ່;
9. ຕິດຕາມການເຜີຍແຜ່ຮູບເງົາທີ່ມີຫາງສຽງຂອງສັງຄົມ ເພື່ອແກ້ໄຂບັນຫາໃຫ້ທັນການ;
10. ສະຫຼຸບສັງລວມວຽກງານຂອງພະແນກປະຈໍາອາທິດ, ເດືອນ, 3 ເດືອນ ແລະ ປະຈໍາປີ;
11. ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະກົມ.
https://laofilm.gov.la/ຕິດຕໍ່ພົວພັນ
ຕິດຕໍ່ພົວພັນ
ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ. ຖະໜົນ ຄູວຽງ, ບ້ານ ເກົ້າຍອດ, ເມືອງ ສີສັດຕະນາດ, ນະຄອນຫຼວງວຽງຈັນ, ຕູ້ປນ. 1624. ເບີໂທ/ແຟັກ 021- 212 426, Email : laofilm@yahoo.com