ກົມຮູບເງົາ ກະຊວງ ຖວທ ໄດ້ຈັດຝຶກອົບຮົມການຄຸ້ມຄອງວຽກງານຮູບເງົາໃຫ້ແກ່ພະນັກງານໃນຂົງເຂດຖະ​ແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວທົ່ວປະເທດ, ຊຶ່ງຈັດເປັນຄັ້ງທຳອິດ,ທິພີດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 17-19 ທັນວາ 2023 ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳເພົ້າ ວັນນະວົງ ກຳມະການຄະນະ​ບໍ​ລິ​ຫານ​ງານພັກກະຊວງ ຖວທ, ຫົວໜ້າກົມຮູບເງົາ ພ້ອມດ້ວຍ​ພະ​ນັກ​ງານ​ຈາກ​ຂະ​ແໜງ ຖວ​ທ ແລະ ວິຊາການກົມ​ຮູບ​ເງົາເຂົ້າຮ່ວມ.

ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວໃນແຕ່ລະແຂວງຮັບຮູ້ ແລະກຳແໜ້ນໄດ້ເຖິງຫຼັກການລະບຽບການ ແລະກົດໝາຍວ່າດ້ວຍຮູບເງົາ, ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທ່ອງ​ຖິ່ນ​ໃນ​ການ​ຕິດ​ຕາມ,ກວດ​ກາ​ວຽກ​ງານ​ຮູບ​ເງົາ​ນຳ​ເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຮັດໃຫ້ວຽກງານຄຸ້ມຄອງຮູບເງົາເຄື່ອນໄຫວຢ່າງເປັນລະບົບ, ແລະມີປະສິດ​​ຜົນ.