ກົມຮູບເງົາ ໄດ້ຈັດພິທີຍ້ອງຍໍ ພາກສ່ວນທຸລະກິດ ແລະ ສັງຄົມ ທີ່ໄດ້ປະກອບສ່ວນໃນການພັດທະນາຮູບເງົາ ຕະຫຼອດໄລຍະ 05 ປີ ຜ່ານມາ ເຊິ່ງປະກອບມີ ບໍລິສັດ ນະພາ ມີເດຍ ຈໍາກັດ ທີ່ໄດ້ຮັບການຍ້ອງຍໍຂັ້ນ ລັດຖະມົນຕີ ແລະ 7 ພາກສ່ວນ ທີ່ໄດ້ຮັບການຍ້ອງຍໍຂັ້ນຫົວໜ້າກົມ ມີຄື: ກຸ່ມວິຊາຊີບຮູບເງົາ, ບໍລິສັດ ເອັມວີພີ-ເອັມພິກເຈີ ດິດສ໌ຕຼຣິວບິເຊິນ ລາວຈໍາກັດ, ບໍລິສັດ ລາວອາຣ໌ມີເດຍ ຈຳກັດ, ບໍລິສັດ ລາວນິວເວບຊິເນມາ ໂປຼດັກຊັນ ຈຳກັດ, ບໍລິສັດ ມາຍມີເດຍ ຈຳກັດ, ບໍລິສັດ ເມເຈີ ແພຣັດຕີນຳ ຊີນີເພລັກ (ລາວ) ຈຳກັດ, ບໍລິສັດ ຄາຍເຊັນ ຈໍາກັດຜູ້ດຽວ.