ການສະເຫຼີມສະຫຼອງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 70 ປີ ຂອງໜ່ວຍຮາກຖານກໍາມະບານ ກົມຮູບເງົາ
ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 70 ປີ, ໜ່ວຍຮາກຖານກໍາມະບານກົມຮູບເງົາ ຈຶ່ງໄດ້ຈັດກິດຈະກໍາຮັບຊົມຮູບເງົາ ກ່ຽວກັບ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍການຈັດແຂ່ງຂັນກິລາເປຕັງຂຶ້ນ ເພື່ອສ້າງຄວາມສາມັກຄີພາຍໃນກົມກອງອ້ອມຂ້າງກະຊວງ ໃນວັນທີ 29 ມັງກອນ 2026 ທີ່ກົມຮູບເງົາ.







