Blog
Gantry 5 Framework is the powerhouse behind the Studius theme.

ຂໍແຈ້ງການເຖິງນັກສ້າງຮູບເງົາມືອາຊີບ ແລະ ສະໝັກຫຼິ້ນທົ່ວປະເທດ ທີ່ສົນໃຈສົ່ງຜົນງານຮູບເງົາເຂົ້າຮ່ວມແຂ່ງຂັນໃນງານມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມ ຄັ້ງທີ 04 ທີ່ ກົວລາລໍາເປິ, ປະເທດ ມາເລເຊຍ ໃນ​ຫົວ​ຂໍ້: “ມິດ​ຕະ​ພາບ​ທີ່ຫຼາກຫຼາຍ”(Friendship in Diversity) ຈະໄດ້ເລື່ອນມື້ປິດຮັບສົ່ງຜົນງານວີດີໂອຮູບເງົາ ຈາກເດີມແມ່ນວັນທີ 17 ກໍລະກົດ ມາເປັນວັນທີ 23 ກໍລະກົດ 2024. ທ່ານໃດສົນໃຈສາມາດສົ່ງຮູບເງົາເຂົ້າມາຮ່ວມໂຄງການນໍາພວກເຮົາໄດ້ເດີ້.

ສໍາລັບລາຍລະອຽດໂຄງການແມ່ນຕາມລິ້ງນີ້:

https://www.facebook.com/share/p/Ky455v4QijmDGSM7/?mibextid=oFDknk

ໂຄງການ FLY 2024 ມາແລ້ວວວວ!!! ຂໍເຊີນຊວນນັກສ້າງຮູບເງົາທັງມືອາຊີບ ແລະ ສະໝັກຫຼິ້ນ ທີ່ມີອາຍຸລະຫວ່າງ 19-24 ປີ (ປີ 2000-2005) ສົ່ງໃບສະໝັກ ເພື່ອເຂົ້າຮ່ວມຝຶກອົບຮົມໃຫເປັນຜູ້ນໍາດ້ານຮູບເງົາ ໃນໂຄງການ FLY 2024 ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ຕຸລາ-13 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ທ່ານໃດສົນໃຈ ສາມາດສົ່ງແບບຟອມສະໝັກມາໄດ້ທີ່ກົມຮູບເງົາ ຫຼື ອີເມລ www.laofilm@yahoo.com

– ປິດຮັບສະໝັກ ວັນທີ 05 ມິຖຸນາ 2024

– ປະກາດຜູ້ທີ່ໄດ້ຮັບຄັດເລືອກ ວັນທີ 17 ກໍລະກົດ 2024

– ກະກຽມການຜະລິດອອນໄລນ໌ ວັນທີ 14 ສິງຫາ-24 ຕຸລາ 2024

ໝາຍເຫດ: ກະລຸນາເບິ່ງລາຍລະອຽດການສະໝັກ ໄດ້ທີ່ໃບປະກາດທີ່ຕິດຄັດມານໍານີ້.

– ສາມາດດາວໂຫຼດລິ້ງແບບຟອມສະໝັກໄດ້ທີ່ນີ້:

ໂຄງການ FLY 2024 ມາແລ້ວວວວ!!! ຂໍເຊີນຊວນນັກສ້າງຮູບເງົາທັງມືອາຊີບ ແລະ ສະໝັກຫຼິ້ນ ທີ່ມີອາຍຸລະຫວ່າງ 19-24 ປີ (ປີ 2000-2005)ສົ່ງຜົນງານເຂົ້າຮ່ວມ ເພື່ອຝຶກອົບຮົມໃຫເປັນຜູ້ນໍາດ້ານຮູບເງົາ ໃນໂຄງການ FLY 2024 ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ຕຸລາ-13 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ທ່ານໃດສົນໃຈ ສາມາດສົ່ງແບບຟອມສະໝັກມາໄດ້ທີ່ກົມຮູບເງົາ ຫຼື ອີເມລ www.laofilm@yahoo.com

– ປິດຮັບສະໝັກ ວັນທີ 05 ມິຖຸນາ 2024

– ປະກາດຜູ້ທີ່ໄດ້ຮັບຄັດເລືອກ ວັນທີ 17 ກໍລະກົດ 2024

– ກະກຽມການຜະລິດອອນໄລນ໌ ວັນທີ 14 ສິງຫາ-24 ຕຸລາ 2024

ໝາຍເຫດ: ກະລຸນາເບິ່ງລາຍລະອຽດການສະໝັກ ໄດ້ທີ່ໃບປະກາດທີ່ຕິດຄັດມານໍານີ້.

– ສາມາດດາວໂຫຼດລິ້ງແບບຟອມສະໝັກໄດ້ທີ່ນີ້:

https://drive.google.com/drive/folders/1of1W2UB5k8E5MasMLd8lE3eVXYRdklTv?fbclid=IwZXh0bgNhZW0CMTAAAR2n7Icwfh5mFYS6MHRxIqDxI1hNQneQOgxEb4x-3I0KfI4m2hv-89FtGso_aem_Af7KiJJDbwl04luT7dRBS-V5YcHMmB4MOgVBXmzNGtoyDJ4UtTvVMYu4hwtkBkr_L6laIofdAj32Iw2O50FphMvx

ຂໍເຊີນຊວນນັກສ້າງຮູບເງົາມືອາຊີບ ແລະ ສະໝັກຫຼິ້ນ ສົ່ງຮູບເງົາວີດີໂອ ເຂົ້າແຂ່ງຂັນຄັດເລືອກ ເພື່ອເຂົ້າຮ່ວມໃນ “ງານມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມ” ຄັ້ງທີ 4 ເຊິ່ງໃນປີນີ້ຈະມາໃນຫົວຂໍ້: ມິດຕະພາບທີ່ຫຼາກຫຼາຍ (Friendship in Diversity) ທີ່ຈະຈັດຂຶ້ນຢູ່ກົວລາລໍາເປີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 21-23 ພະຈິກ 2024. ທ່ານໃດສົນໃຈ ສາມາດສົ່ງແບບຟອມສະໝັກມາໄດ້ທີ່ກົມຮູບເງົາ ຫຼື ອີເມລ www.laofilm@yahoo.com

– ສາມາດສົ່ງແບບຟອມສະໝັກໄດ້ນັບແຕ່ມື້ປະກາດຈົນເຖິງ ວັນທີ 17 ກໍລະກົດ 2024.

ກະລຸນາເບິ່ງລາຍລະອຽດຂອງການສະໝັກໄດ້ຕາມແຈ້ງການນີ້.

– ສາມາດດາວໂຫຼດແບບຟອມສະໝັກໄດ້ທີ່ລິ້ງນີ້:

https://drive.google.com/drive/folders/1QFgqWCf-EJhsLQsw7DrirOK3dPJ3715Z?fbclid=IwZXh0bgNhZW0CMTAAAR0PFUveS4v2GNOmHuc7zPI36bRWzYN3arTj9w1daZlNYcGjLQvG6udSuOU_aem_ARoRREpt_MhcJR4tRuBtsRmUHhYp7A9Z9AMK89COUnwvkVnsagH–YjY2C6s4FjR9nzEPcoDh8IauvFblASyEtlt

ກົມຮູບເງົາ, ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຂໍຖືໂອກາດນີ້ສະແດງຄຳຂອບໃຈ ແລະຮູ້ບຸນຄຸນຢ່າງສູງມາຍັງທຸກໆພາກສ່ວນ ທັງພາກລັດ, ເອກະຊົນ, ບຸກຄົນ ແລະຕ່າງປະເທດ ທີ່ໃຫ້ການອຸປະຖຳ ແກ່ໂຄງການ “ສາມັກຄີເພື່ອແບ່ງປັນ 3 ອົງການຈັດຕັ້ງມະຫາຊົນ ກົມຮູບເງົາ ປີ 2024” ຂອງພວກເຮົາ. ຍ້ອນໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານ ຈື່ງເຮັດໃຫ້ການເດີນທາງໄປມອບອຸປະກອນການຮຽນ, ອຸປະກອນກິລາ ແລະເຄື່ອງນຸ່ງຫົ່ມ ໃຫ້ແກ່ນ້ອງນ້ອຍນັກຮຽນ ແລະຄູອາຈານໂຮງຮຽນປະຖົມສຶກສາບ້ານຜາຫຼວງ, ເມືອງເຟືອງ, ແຂວງວຽງຈັນ ໃນຄັ້ງນີ້ ໄດ້ຮັບໝາກຮັບຜົນ ແລະປະສົບສຳເລັດຢ່າງຈົບງາມ. ທີ່ສຳຄັນທີ່ສຸດກໍຍ້ອນໄດ້ຮັບການຊ່ວຍເຫຼືອຈາກອຳນາດການປົກຄອງເມືອງເຟືອງ ທຸກພາກສ່ວນທີ່ອຳນວຍຄວາມສະດວກໃນການລົງໄປເຮັດວຽກຄັ້ງນີ້. ຂໍສະແດງຄຳຂອບໃຈມາຍັງອຳນາດການປົກຄອງບ້ານ, ຄູອາຈານ ແລະນ້ອງນ້ອຍນັກຮຽນທີ່ໃຫ້ການຕ້ອນຮັບ ແລະອຳນວຍຄວາມສະດວກບ່ອນພັກເຊົາ ຕະຫຼອດຮອດການ ໃຫ້ຄວາມຮ່ວມໄມ້ຮ່ວມມືເປັນຢ່າງດີ. ຂໍສະແດງຄຳຂອບໃຈມາຍັງ ຫໍສະໝຸດແຫ່ງຊາດ, ໂຮງພິມແຫ່ງລັດ, ໂຮງງານເສື້ອຂອງຄອບຄົວໄຊຍະວົງ. ພິເສດ ຂໍສະແດງຄຳຂອບໃຈມາຍັງ ສູນວັດທະນະທຳຈີນ ປະຈຳ ສປປ ລາວ ທີ່ໄດ້ນຳເອົາອຸປະກອນການຮຽນ, ເຄື່ອງໃຊ້ປະຈຳວັນອື່ນໆ ພ້ອມທັງໄດ້ຮ່ວມເດີນທາງໄປມອບເຄື່ອງ ແລະສ້າງກິດຈະກຳມ່ວນຊື່ນຮ່ວມກັບນ້ອງນ້ອຍນັກຮຽນຂອງພວກເຮົາ.

ຂໍສະແດງຄຳຂອບໃຈມາຍັງ ກຸ່ມບໍລິສັດ ທ່ອງທ່ຽວວັດທະນະທໍາລາວ ມະຫາຊົນ ທີ່ໄດ້ໃຫ້ການອຸປະຖຳ ແລະຮ່ວມເດີນທາງນຳພວກເຮົາໃນຄັ້ງນີ້.

ກົມຮູບເງົາ ຂໍອວຍພອນໄຊອັນປະເສີດແກ່ບັນດາທ່ານຈົ່ງມີແຕ່ຄວາມຜາສຸກໃນຊີວິດສ່ວນຕົວແລະຄອບຄົວ ຂໍໃຫ້ອົງກອນຂອງບັນດາທ່ານມີແຕ່ຄວາມຈະເລີນກ້າວໜ້າ ປະສົບຜົນສຳເລັດທຸກປະການ. ຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ຮ່ວມກັນສ້າງບຸນສ້າງກຸສົນ, ໃຫ້ການຊ່ວຍເຫຼືອຜູ້ທີ່ຍັງຂາດເຂີນຮ່ວມກັນອີກ ໃນໂຄງການ “ສາມັກຄີເພື່ອແບ່ງປັນ” ຄັ້ງຕໍ່ໆໄປ

ຂໍຂອບໃຈ!

ການມອບເຄື່ອງອຸປະກອນການຮຽນ, ອຸປະກອນກິລາ, ປຶ້ມອ່ານ ແລະ ເຄື່ອງນຸ່ງຫົ່ມ ພາຍໃຕ້ໂຄງການ ” ສາມັກຄີ ເພື່ອແບ່ງປັນ” ຂອງ 3 ອົງການຈັດຕັ້ງ ກົມຮູບເງົາ ຄັ້ງທີ 5 ໃນຄັ້ງວັນທີ 6-7 ມີນາ 2024 ທີ່ໂຮງຮຽນປະຖົມ ຜາຫຼວງ, ເມືອງເຟືອງ, ແຂວງວຽງຈັນ ແມ່ນໄດ້ປະສົບຜົນສໍາເລັດຢ່າງຈົບງາມພາຍໃຕ້ຄວາມປິຕິຍິນດີ ແລະ ການຕ້ອນຮັບຢ່າງອົບອຸ່ນຈາກທາງໂຮງຮຽນ ທີ່ມີໃຫ້ແກ່ທີມງານຂອງກົມຮູບເງົາ ພ້ອມດ້ວຍ ສູນວັດທະນະທໍາຈີນ ປະຈໍາສປປ ລາວ, ກຸ່ມບໍລິສັດ ທ່ອງທ່ຽວວັດທະນະທໍາມະຫາຊົນ ເຊິ່ງການມອບເຄື່ອງຊ່ວຍເຫຼືອນ້ອງໆນັກຮຽນໃນຄັ້ງນີ້ແມ່ນມອບໂດຍ ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ແລະ ຮັບໂດຍ ທ່ານອໍານວຍການໂຮງຮຽນປະຖົມ ຜາຫຼວງ. ນອກຈາກນີ້ແລ້ວ ທາງກົມຮູບເງົາ ແລະ ໂຮງຮຽນປະຖົມ ຜາຫຼວງ ຂໍຂອບໃຈແກ່ຜູ້ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ປະກອບສ່ວນທຸກທ່ານ ທີ່ມີຕໍ່ໂຄງການ “ສາມັກຄີເພື່ອແບ່ງປັນ” ຂອງພວກເຮົາດ້ວຍ.

cr: ສົມພົງ ຜົນດີ

ການເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງກົມຮູບເງົາຊຸດໃໝ່ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ໃນກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍສະຫະພັນແມ່ຍິງ ກົມຮູບເງົາ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2024 ທີ່ກົມຮູບເງົາ ພາຍໃຕ້ການເປັນປະທານຂອງທ່ານ ປອ.ນາງ ບົວໄຂ ເພັງພະຈັນ ຄະນະປະຈໍາພັກກະຊວງ, ກໍາມະການສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງ ຖວທ, ໂດຍເຂົ້າຮ່ວມໃນກອງປະຊຸມມີ ທ່ານ ຄໍາເພົ້າ ວັນນະວົງ ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຮູບເງົາ ພ້ອມທັງສະມາຊິກແມ່ຍິງກົມຮູບເງົາ, ຕາງໜ້າຈາກກໍາມະບານ, ຊາວໜຸ່ມ ຂອງກົມຮູບເງົາ, ແຂກທີ່ຖືກເຊີນ ອີກດ້ວຍ.