ເພື່ອສະເຫຼີມສະຫຼອງວັນສັບປະດາຮູບເງົາລາວ-ຫວຽດນາມ, ທີມງານສາຍຮູບເງົາເຄື່ອນທີ່ ກົມຮູບເງົາ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາລາວ ໄດ້ລົງເຄື່ອນໄຫວສາຍຮູບເງົາ ຢູ່ທີ່ແຂວງຊຽງຂວາງ ໃນວັນທີ 03 ມິຖຸນາ 2026 ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງຊຽງຂວາງ, ທ່ານ ທອງເດືອນ ທໍາມະວົງ ຮອງຫົວໜ້າກົມຮູບເງົາ, ທ່ານ ນາງ ໂຕທິແທງ ບິງ ຮອງຫົວໜ້າສູນວັດທະນະທໍາຫວຽດນາມ ປະຈໍາລາວ ພ້ອມດ້ວຍຄະນະ ນອກນີ້ຍັງມີບັນດາທ່ານແຂກທີ່ຖຶກເຊີນຈາກຄະນະພັກ, ພະນັກງານລັດຖະກອນ ຈາກພະແນກການ, ກົມກອງຕ່າງໆພາຍໃນແຂວງ ພ້ອມດ້ວຍສະມາຄົມຊາວຫວຽດນາມ ທີ່ອາໄສຢູ່ແຂວງຊຽງຂວາງ. ກ່ອນຈະມີການສາຍຮູບເງົາ ທີ່ມີຄວາມໝາຍທາງປະຫວັດສາດທີ່ສໍາຄັນ 02 ເລື່ອງຄື: ທ່ານປະທານ ໄກສອນ ພົມວິຫານ ລູກຮັກຂອງປະຊາຊົນ ແລະ ສອງມານດາ, ຕາງໜ້າການນໍາແຂວງຊຽງຂວາງ ໄດ້ຂຶ້ນກ່າວຕ້ອນຮັບບັນດາຄະນະຜູ້ແທນ ແລະ ແຂກຖືກເຊີນຢ່າງອົບອຸ່ນ, ຈາກນັ້ນທ່ານ ທອງເດືອນ ທໍາມະວົງ ຮອງຫົວໜ້າກົມຮູບເງົາ ກໍໄດ້ຂຶ້ນມີຄໍາເຫັນ ໂດຍໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນ ໃນການສາຍຮູບເງົາຄັ້ງນີ້ ເຊິ່ງເປັນການເພີ່ມພູນສ້າງສາ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ລົງເລິກ ແລະ ກວ້າງຂວາງຍິ່ງໆຂຶ້ນ.