ຂໍເຊີນຊວນ ນັກສ້າງຮູບເງົາ ສົ່ງຜົນງານເຂົ້າຮ່ວມສາຍ ແລະ ແຂ່ງຂັນ ໃນງານເທດສະການ “ຮູບເງົາສາກົນມິນສກ໌” ໃນລະຫວ່າງວັນທີ 30 ຕຸລາ-06 ພະຈິກ 2026 ທີ່ນະຄອນຫຼວງມິນສກ໌, ປະເທດເບລາຣຸດຊີ

  • ກໍານົດສົ່ງແບບຟອມ ວັນທີ 10 ເມສາ-31 ກໍລະກົດ 2026
  • ກໍານົດສົ່ງຮູບເງົາ ບໍ່ໃຫ້ກາຍວັນທີ 10 ກັນຍາ 2026
  • ສາມາດສົ່ງຮູບເງົາເຂົ້າຄັດເລືອກ ໄດ້ທຸກປະເພດເຊັ່ນ: ຮູບເງົາເລື່ອງ, ສາລະຄະດີ ແລະ ເອນິເມເຊິນ
  • ຮູບເງົາທຸກເລື່ອງ ທີ່ສົ່ງໄປຄັດເລືອກ ຕ້ອງຜະລິດໃນລະຫວ່າງປີ 2025-2026
  • ບໍ່ໄດ້ເສຍຄ່າໃນການສະໝັກ
  • ຮູບເງົາຕ້ອງເຮັດເປັນລິ້ງ ໃນ google drive ແລະ ສົ່ງມາຜ່ານທີ່ກົມຮູບເງົາ
  • ຖ້າຫາກຜົນງານຂອງທ່ານຖືກເລຶອກ ນັກສ້າງຮູບເງົາ 02 ທ່ານ ຈະໄດ້ເດີນທາງໄປຮ່ວມງານ ແລະ ໂຄງການຈະຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ກິນຢູ່ພັກເຊົ່າ 03 ວັນ.
    • ລາຍລະອຽດເພີ່ມເຕີມຂອງງານ ສາມາດເບິ່ງໄດ້ທີ່ໃບປະກາດ ທີ່ຄັດຕິດມາພ້ອມນີ້
    • ສາມາດເບິ່ງກົດລະບຽບເພີ່ມເຕີມຂອງການສົ່ງຮູບເງົາ ໄດ້ທີ່ https://listapad.org/en/uchastnikam/reglament/