Blog
Gantry 5 Framework is the powerhouse behind the Studius theme.

ປີນີ້ 2024 “ໂຄງການສາມັກຄີເພື່ອແບ່ງປັນ“ ຂອງ 3 ອົງການຈັດຕັ້ງມະຫາຊົນຂອງກົມຮູບເງົາ ຈະໄດ້ເດີນທາງໄປມອບ ອຸປະກອນການສຶກສາ, ກິລາ ແລະເຄື່ອງນຸ່ງຫົ່ມ ໃຫ້ນ້ອງນ້ອຍນັກຮຽນປະຖົມ ບ້ານ ຜາຫຼວງ, ເມືອງເຟືອງ, ແຂວງວຽງຈັນ ໃນລະຫວ່າງວັນທີ 6-7/3/2024. ກິດຈະກຳດັ່ງກ່າວ ປະກອບມີ: 1. ມອບອຸປະກອນການສຶກສາ, ກິລາ ແລະເຄື່ອງນຸ່ງຫົ່ມ; 2. ແລກປ່ຽນກິລາກັບຄູອາຈານ, ອຳນາດການປົກຄອງບ້ານ ແລະພະນັກງານສຶກສາເມືອງເຟືອງ; 3. ຕອນຄ່ຳມີສາຍຮູບເງົາ ແລະກິດຈະກຳຕັ້ງແຄ້ມສຳພັດອາກາດບໍລິສຸດຢູ່ຊານເມືອງ.

👉 ທ່ານໃດສົນໃຈຢາກປະກອບສ່ວນຊ່ວຍເຫຼືອນ້ອງນ້ອຍນັກຮຽນທີ່ຍັງຂາດເຂີນ ເພື່ອເປັນບຸນກຸສົນ ຫຼື ຢາກຮ່ວມເດີນທາງໄປນຳພວກເຮົາ ກໍຍິນດີ ແລະສາມາດແຈ້ງເຈດຈຳນົງມາຍັງຄະນະຮັບຜິດຊອບພວກເຮົາໄດ້ 021 212426.

ກົມຮູບເງົາ ກະຊວງ ຖວທ ໄດ້ຈັດຝຶກອົບຮົມການຄຸ້ມຄອງວຽກງານຮູບເງົາໃຫ້ແກ່ພະນັກງານໃນຂົງເຂດຖະ​ແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວທົ່ວປະເທດ, ຊຶ່ງຈັດເປັນຄັ້ງທຳອິດ,ທິພີດັ່ງກ່າວຈັດຂຶ້ນໃນລະຫວ່າງວັນທີ 17-19 ທັນວາ 2023 ທີ່ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳເພົ້າ ວັນນະວົງ ກຳມະການຄະນະ​ບໍ​ລິ​ຫານ​ງານພັກກະຊວງ ຖວທ, ຫົວໜ້າກົມຮູບເງົາ ພ້ອມດ້ວຍ​ພະ​ນັກ​ງານ​ຈາກ​ຂະ​ແໜງ ຖວ​ທ ແລະ ວິຊາການກົມ​ຮູບ​ເງົາເຂົ້າຮ່ວມ.

ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານໃນ​ຂົງ​ເຂດ​ຖະ​ແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວໃນແຕ່ລະແຂວງຮັບຮູ້ ແລະກຳແໜ້ນໄດ້ເຖິງຫຼັກການລະບຽບການ ແລະກົດໝາຍວ່າດ້ວຍຮູບເງົາ, ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ທ່ອງ​ຖິ່ນ​ໃນ​ການ​ຕິດ​ຕາມ,ກວດ​ກາ​ວຽກ​ງານ​ຮູບ​ເງົາ​ນຳ​ເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ຖືກຕ້ອງເຮັດໃຫ້ວຽກງານຄຸ້ມຄອງຮູບເງົາເຄື່ອນໄຫວຢ່າງເປັນລະບົບ, ແລະມີປະສິດ​​ຜົນ.

Read More

ທ່ານ​ ຄຳເພົ້າ​ ວັນນະວົງ​ ຫົວໜ້າກົມຮູບເງົາ​ ໄດ້ເຂົ້າຮ່ວມກອງປະຊຸມຄະນະສະຫະພັນຜູ້ຜະລິດຮູບເງົາອາຊີ-ປາຊີຟິກ​ຄັ້ງທີ ​69​ ໃນໂອກາດເຂົ້າຮ່ວມງານມະຫາກຳຮູບເງົາອາຊີ-ປາຊີຟິກ​ຄັ້ງທີ​60​ ທີ​່​ມາເກົາ​ ສປ​ ຈີນ​ ໃນລະຫວ່າງວັນທີ 01-03​ ທັນວາ​ 2023

Read More

ອາຈານ ຈາກ ໂຮງຮຽນ ມສ ວຽງຈັນ ໄດ້ນໍາພານັກຮຽນເຂົ້າຮັບຊົມຮູບເງົາສາລະຄະດີເລື່ອງ”ລົດໄຟຄວາມໄວສູງຈາກາຕາ- ບັນດຸງ” ໃນວັນທີ 26 ທັນວາ 2023 ທີ່ ກົມຮູບເງົາ ໂດຍມີ ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ເຂົ້າຮ່ວມຮັບຊົມນໍາອີກດ້ວຍ

Read More

ທ່ານ​ ຄຳເພົ້າ​ ວັນນະວົງ​ ຫົວໜ້າກົມຮູບເງົາ​ ພ້ອມດ້ວຍຄະນະຈາກພາກລັດ ແລະ​ເອກະຊົນ​ໄດ້ເຂົ້າຮ່ວມສັບປະດາຮູບເງົາແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 5​ ທີ່ນະຄອນຄຸນໝິງ ແຂວງ​ຢຸນໜານ ສປ​ ຈີນ​ ໃນລະຫວ່າງວັນທີ​22-25​ ທັນວາ​ 2023

Read More

ພາຍຫຼັງທີ່ສໍາເລັດການເຂົ້າຮ່ວມງານເທດສະການຮູບເງົາສາກົນເດັກນ້ອຍອາຊີ ຄັ້ງທີ 16 ໃນລະຫວ່າງວັນທີ 13-19 ທັນວາ 2023 ທີ່ຜ່ານມາ ນ້ອງໆນັກຮຽນ ທັງ 3 ທີມທີ່ເປັນຕົວແທນຂອງສປປ ລາວ ເຂົ້າຮ່ວມໃນງານດັ່ງກ່າວ ກໍໄດ້ເຂົ້າແລກປ່ຽນຄໍາຄິດເຫັນກັບທ່ານ ຢູກິ ນິຊິມຸຮະ ເລຂາຕີແລະ ນາງ ໂຢຊິຮະຊິ ອະຊຸກະ ຫົວໜ້າພະແນກວັດທະນະທໍາ ໃນຕອນເຊົ້າຂອງວັນທີ 20 ທັນວາ ທີ່ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ.

Read More