Blog
Gantry 5 Framework is the powerhouse behind the Studius theme.

Day 1, ການຝຶກອົບຮົມການສ້າງຮູບເງົາສັ້ນ ໃນວັນທີ 20-21 ສິງຫາ 2025 ທີ່ກົມຮູບເງົາ ໃນຫົວຂໍ້ “ມົນສະເໜ່ ແຫ່ງສັນຕິພາບ (Magic of Peace)” ເພື່ອຄັດເລືອກຮູບເງົາເຂົ້າຮ່ວມໃນງານມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມອາຊຽນ (Southeast Asia Video Festival for Children) ຄັ້ງທີ 5 ທີ່ບາງກອກ, ປະເທດໄທ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ເຂົ້າຮ່ວມເປັນປະທານໃນ “ກອງປະຊຸມໃຫຍ່ໜ່ວຍພັກຮາກຖານກົມຮູບເງົາ” ຄັ້ງທີ V ພ້ອມດ້ວຍ ທ່ານ ແສງພະຈັນ ທອງພະໄຕສັກ ເລຂາໜ່ວຍພັກ, ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ທ່ານ ເດດນະຄອນ ຫຼວງໂມວິຫານ ຄະນະໜ່ວຍພັກ, ຮອງຫົວໜ້າກົມຮູບເງົາ, ທ່ານ ຄໍາຫຼ້າ ຍອຍສາຍຄໍາ ຫົວໜ້າກົມຮູບເງົາ ນອກຈາກນີ້ຍັງມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ວິຊາການ ທີ່ຢູ່ອ້ອມຂ້າງກະຊວງ, ພະນັກງານບໍານານ, ແລະ ສະມາຊິກໜ່ວຍພັກຮາກຖານກົມຮູບເງົາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 31 ກໍລະກົດ 2025 ທີ່ກົມຮູບເງົາ. ຂໍຊົມເຊີຍ ໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ຢ່າງສຸດໃຈ.

ປະກາດ! ປະກາດ ເຖິງນັກສ້າງຮູບເງົາມືອາຊີບ, ມືສະໝັກຫຼິ້ນ ແລະ ເດັກນ້ອຍ-ຊາວໜຸ່ມ ທົ່ວປະເທດ ສົ່ງຜົນງານຮູບເງົາວີດີໂອ ເຂົ້າຄັດເລືອກ ເພື່ອໄປຮ່ວມແຂ່ງຂັນໃນງານ “ມະຫະກໍາຮູບເງົາເດັກນ້ອຍ-ຊາວໜຸ່ມ” (The Southeast Asia Video Festival for Children) ຄັ້ງທີ 05 ໃນລະຫວ່າງວັນທີ 12-16 ພະຈິກ 2025 (ມື້ຈັດງານອາດມີການປ່ຽນແປງ) ຢູ່ທີ່ ບາງກອກ, ປະເທດ ໄທ.

– ຫົວຂໍ້: ມົນສະເໜ່ ແຫ່ງສັນຕິພາບ (Magic of Peace);

– ສາມາດສົ່ງຮູບເງົາວີດີໂອ ໄດ້ທຸກປະເພດເຊັ່ນ: ຮູບເງົາເລື່ອງ, ຮູບເງົາສັ້ນ, ສາລະຄະດີ, ກາຕູນ ແລະ ອື່ນໆ;

– ສໍາຫຼັບມືອາຊີບ ແມ່ນບໍ່ຈໍາກັດອາຍຸ ແຕ່ຈໍາກັດກຸ່ມເປົ້າໝາຍອາຍຸຂອງຜູ້ຊົມ ແລະ ຮູບເງົາວີດີໂອ ຕ້ອງມີຄວາມຍາວ 10-15 ນາທີ

– ສໍາຫຼັບມືສະໝັກຫຼິ້ນ ແມ່ນຕ້ອງມີອາຍຸ 18 ປີຂຶ້ນໄປ ແລະ ເດັກນ້ອຍ-ຊາວໜຸ່ມ ແມ່ນຕ້ອງມີອາຍຸບໍ່ກາຍ 17 ປີ. ທັງສອງປະເພດນີ້ ແມ່ນບໍ່ຈໍາກັດກຸ່ມເປົ້າໝາຍຂອງຜູ້ຊົມ ແລະ ຮູບເງົາວີດີໂອ ຕ້ອງມີຄວາມຍາວ 03-05 ນາທີ;

– ປິດຮັບສະໝັກ ວັນທີ 15 ສິງຫາ 2025;

– ປະກາດຜົນແຂ່ງຂັນຄັດເລືອກ ວັນທີ 29 ກັນຍາ 2025;

– ຮູບເງົາວີດີໂອ ທີ່ຜະລິດສໍາເລັດແລ້ວ ຕ້ອງເຮັດເປັນລິ້ງ (google drive).

* ກະລຸນາອ່ານໃບປະກາດແຈ້ງການ ທີ່ຄັດຕິດມານີ້ຢ່າງລະອຽດເດີ້ທຸກຄົນ.

ດາວໂຫຼດແບບຟອມສະໝັກ:

https://docs.google.com/document/d/1iG-dJPzBfVBY__3IU5gSWRauB1o6V8RO/edit?fbclid=IwY2xjawKbb4lleHRuA2FlbQIxMABicmlkETF0VFp6S3I2a1dFZ1pIck5KAR6c7cdoXoAR8Owx8J_szX9x20DuKk2CmNKLjNX_gGIv4Dvr-yLcYcHUd6WjSQ_aem_HXy42ZkxmfwDg1JR5Ej98Q&tab=t.0#heading=h.5mkavieja82e

ປະກາດຮັບສະໝັກ ນັກສ້າງຮູບເງົາລາວ ທົ່ວປະເທດ ເພື່ອເຂົ້າຮ່ວມຝຶກອົບຮົມ ໃນໂຄງການ FLY 2025 ທີ່ນະຄອນປູຊານ, ປະເທດ ສ.ເກົາຫຼີ. ທ່ານໃດສົນໃຈ ສາມາດເບິ່ງລາຍລະອຽດ ແລະ ສົ່ງແບບຟອມ ເຂົ້າມາສະໝັກໄດ້ ບໍ່ໃຫ້ກາຍວັນທີ 06 ເມສາ 2025.

– ອາຍຸລະຫວ່າງ 19-26 ປີ (ອາດມີນະໂຍບາຍໃນບາງກໍລະນີ);

– ກະກຽມການຜະລິດອອນໄລນ໌: ວັນທີ 30 ມິຖຸນາ-31 ສິງຫາ 2025;

– ໄລຍະເວລາຝຶກອົບຮົມທີ່ນະຄອນປູຊານ: ວັນທີ 04-19 ກັນຍາ 2025 (15ວັນ);

-ມີຄວາມຄ່ອງແຄ້ວດ້ານພາສາອັງກິດ;

-ເອກະສານປະກອບມີ: ແບບຟອມສະໝັກ (Application form), ຈົດໝາຍແນະນໍາຕົນເອງ (Cover Letter), ວີດີໂອແນະນໍາຕົນເອງ ເປັນພາສາອັງກິດ ປະມານ 1 ນາທີ, ລາຍຊື່ຜົນງານດ້ານຮູບເງົາ ພ້ອມດ້ວຍຮູບເງົາ 2 ເລື່ອງຂຶ້ນໄປ (ໃຫ້ເຮັດເປັນລິ້ງ).

-ດາວໂຫຼດແບບຟອມໄດ້ທີ່ລິ້ງນີ້ https://drive.google.com/drive/folders/1xZZi0wfBjrpW_7deEx_-eB8OJ-Rcfxnl?usp=sharing

ໝາຍເຫດ: ກະລຸນາອ່ານເອກະສານໃຫ້ລະອຽດ.

ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ໄດ້ເປັນປະທານກ່າວເປີດງານສາຍຮູບເງົາເລື່ອງ “ນວນແສງ” ຮອບສື່ມວນຊົນ ໃນວັນທີ 18 ກັນຍາ 2024 ທີ່ຜ່ານມາ ທີ່ໂຮງຮູບເງົາ Major Cineplex ໂດຍໄດ້ຮັບກຽດເຂົ້າຮ່ວມຈາກທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ວິຊາການ ພາຍໃນກະຊວງ, ບໍລິສັດ ເອກກະຊົນ, ແຂກທີ່ຖຶກເຊີນ, ຄູອາຈານ, ນັກຮຽນ, ນັກສຶກສາ.

ທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ພ້ອມດ້ວຍທ່ານ ນ ສິມມະນີ ແກ້ວແກ່ນ ຮອງຫົວໜ້າກົມຮູບເງົາ, ທ່ານ ສົມພົງ ຜົນດີ ຜູ້ກໍາກັບຮູບເງົາເລື່ອງ “ນວນແສງ” ທ່ານ ຫົງຢ້າວ ປະທານບໍລິສັດ ລາວແມ່ນໍ້າຂອງລ້ານຊ້າງ ໄດ້ຮ່ວມກັນຈັດງານຖະແຫຼງຂ່າວຮູບເງົາເລື່ອງ “ນວນແສງ” ຢ່າງເປັນທາງການ ໃນວັນທີ 05 ກັນຍາ 2024 ທີ່ກົມຮູບເງົາ ໂດຍມີແຂກທີ່ຖືກເຊີນ ແລະ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ ເພື່ອເປັນການສະເຫຼີມສະຫຼອງການເປີດສົກຮຽນໃໝ່ໃນປີ 2024-2025 ນີ້ ຮູບເງົາເລື່ອງ “ນວນແສງ” ຈຶ່ງເປັນຮູບເງົາທີ່ມີສ່ວນສໍາຄັນໃນການປຸກລະດົມ ແລະ ໃຫ້ຄວາມສໍາຄັນກ່ຽວກັບການສຶກສາ ເພື່ອໃຫ້ມວນຊົນໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງໃນວຽກງານການສຶກສາ ເຊິ່ງໃນວັນທີ 18 ກັນຍາ 2024 ແມ່ນຈະໄດ້ມີການສາຍຮອບສື່ມວນຊົນ ແລະ ວັນທີ 19 ກັນຍາ 2024 ແມ່ນຈະເຂົ້າສາຍທຸກໂຮງຮູບເງົາ. ສະນັ້ນ, ຢ່າລືມມາສະໜັບສະໜູນ ແລະ ໃຫ້ກໍາລັງໃຈນັກສະແດງໃນຮູບເງົາລາວເລື່ອງ “ນວນແສງ” ໃນວັນທີ 19 ກັນຍານີ້ ເດີ້ທຸກຄົນ.